ເປີດວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ  ໂອກາດວັນເກີດປະທານ ຄໍາໄຕ ສີພັນດອນ

ເປີດວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ  ໂອກາດວັນເກີດປະທານ ຄໍາໄຕ ສີພັນດອນ
ໂດຍປະຕິບັດຕາມຈິດໃຈຊີ້ນໍາຂອງສູນກາງພັກປະຊາຊົນປະຕິວັດລາວ, ພັກ-ລັດເຮົາ ໄດ້ຈັດຕັ້ງດໍາເນີນງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງເພິ່ນຄົບຮອບ 100 ປີ (8/2/1924-8/2/2024) ຂຶ້ນທີ່ ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ຊຶ່ງພິທີເປີດງານແມ່ນມີຂຶ້ນໃນຕອນເຊົ້າວັນທີ 7 ກຸມພາ ນີ້ ໂດຍການເຂົ້າຮ່ວມຕັດແຖບຜ້າເປີດງານດັ່ງກ່າວ ຂອງ ທ່ານ ບຸນທອງ ຈິດມະນີກໍາມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ; ມີບັນດາທ່ານການນໍາຂັ້ນສູງ ພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ພັນລະຍາຂອງ ປະທານ ຄໍາໄຕ ສີພັນດອນ ພ້ອມດ້ວຍລູກຫຼານ ແລະ ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາແຂກທີ່ມີກຽດ ຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ກ່າວເປີດພິທີວ່າ: ເພື່ອສ້າງຂະບວນການອັນຄຶກຄື້ນເນື່ອງໃນວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ພວກເຮົາພ້ອມກັນຈັດງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້ “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງເພິ່ນທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພິ່ນ ໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ. ງານວາງສະແດງໄດ້ແບ່ງອອກເປັນ 5 ພາກ ຄື: ພາກທີ 1: ບ້ານເກີດເມືອງນອນ, ໄລຍະເຍົາໄວ ແລະ ໄລຍະໄວໜຸ່ມຂອງປະທານ ຄໍາໄຕ ສີພັນດອນ (1924-1946). ພາກທີ 2: ເຂົ້າຮ່ວມຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບ ຕ້ານກັບການຮຸກຮານ ຢຶດຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ຂຸນເສິກຍີ່ປຸ່ນ (1947-1954). ພາກທີ 3: ປະທານ ຄໍາໄຕ ສີພັນດອນ ປະກອບສ່ວນນໍາພາການປະຕິວັດຊາດ ປະຊາທິປະໄຕ ໃນພາລະກິດຕໍ່ສູ້ ຕ້ານການຮຸກຮານຂອງຈັກກະພັດອາເມຣິກາ ແລະ ລູກມື (1955-1975). ພາກທີ 4: ປະທານ ຄໍາໄຕ ສີພັນດອນ ພ້ອມກັບສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາ-ຊີ້ນໍາ ພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສືບຕໍ່ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ຢ່າງມີໄຊຕະຫຼອດມາ (1976-ປັດຈຸບັນ). ພາກທີ 5: ປະທານ ຄໍາໄຕ ສີພັນດອນ ກັບວຽກງານການຕ່າງປະເທດ. ໃນຈໍານວນ 5 ພາກ ດັ່ງກ່າວປະກອບມີບັນດາຮູບພາບວາງສະແດງ 275 ແຜ່ນ, ເອກະສານ ຈໍານວນ 30 ສະບັບ ແລະ ວັດຖຸພັນ ຈໍານວນ 20 ລາຍການ.
    ນອກນີ້, ໃນພິທີດັ່ງກ່າວ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ ໄດ້ກ່າວວ່າ: ງານດັ່ງກ່າວນີ້, ກໍເພື່ອໂຄສະນາເຜີຍແຜ່ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດຮັບຮູ້ເຂົ້າໃຈຢ່າງກວ້າງຂວາງເລິກເຊິ່ງ. ພ້ອມດຽວກັນນີ້, ເພື່ອສ້າງເງື່ອນໄຂໃຫ້ພະນັກງານ ສະມາຊິກພັກ, ນັກຮົບ ແລະ ປະຊາຊົນເຮົາໄດ້ສຶກສາຮໍ່າຮຽນແບບຢ່າງອັນໃສແຈ້ງ, ຄຸນສົມບັດສິນທໍາປະຕິວັດ ແລະ ຄຸນງາມຄວາມດີຜົນງານອັນໃຫຍ່ຫຼວງ ແລະ ແບບຢ່າງທີ່ດີເລີດ ຂອງປະທານ ຄໍາໄຕ ສີພັນດອນ; ທັງເປັນການສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ນັກຮຽນຮູ້, ຕະຫຼອດເຖິງປະຊາຊົນລາວບັນດາເຜົ່າ, ແຂກພາຍໃນ ແລະ ຕ່າງປະເທດ ຮັບຮູ້ເຖິງຜົນງານການເຄື່ອນໄຫວຂອງປະທານ ຄໍາໄຕ ສີ ພັນດອນ ແລະ ຜູ້ນໍາພັກ-ລັດ ທ່ານອື່ນໆ.
    ງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ໄດ້ເລີ່ມເປີດໃຫ້ບັນດາທ່ານຜູ້ທີ່ມີຈຸດປະສົງເຂົ້າຊົມ ແມ່ນສາມາດເຂົ້າມາໄດ້ໃນວັນ ແລະ ເວລາ ລັດຖະການ ໂດຍງານຄັ້ງນີ້ຈັດຂຶ້ນເປັນເວລາ 3 ເດືອນ ນັບແຕ່ມື້ເປີດງານ ຊຶ່ງຄົນລາວເຮົາແມ່ນເຂົ້າຊົມໂດຍບໍ່ເສຍຄ່າ, ສ່ວນຄົນຕ່າງປະເທດ ແມ່ນໄດ້ຊື້ປີ້ເຂົ້າຊົມ ໃນລາຄາ 5.000 ກີບ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ